Thursday, July 25, 2019

ເກີດອຸປະຄິເຫດຕາມທາງມາຫລັກຊາວ

ລາຍງານຈາກທີ່ເກີດເຫດໃຫ້ຮູ້ວ່າ!!! ໃນວັນທີ 24/07/2019 ເວລາປະມານ 15:00 ນາທີ ເສັ້ນທາງຫລັກ 20 ,ເມືອງຄຳເກີດ,ແຂວງບໍລິຄຳໄຊ ໄດ້ເກີດອຸປະຕິເຫດ ລົດກະບະຝອດເລັນເຈີ່ ປະທະກັບລົດແກ່ເຄື່ອງ ສົ່ງຜົນເຮັດໃຫ້ມີຜູ້ບາດເຈັບຕິດພາຍໃນລົດ ເຈົ້າໜ້າທີ່ຕ້ອງໃຊ້ເຄື່ອງຕັດເພື່ອນຳຄົນເຈັບອອກມາ ,ບໍ່ມີລາຍງານຜູ້ເສຍຊີວິດ(ສ່ວນລາຍລະອຽດເພີ້ມເຕີມຈະແຈ້ງໃຫ້ຮູ້ອີກພາຍຫຼັງ)

Monday, July 22, 2019

Xayabouly Menpower excident

ໄຊຍະບູລີ: ລາຍງານເຂົ້າມາເພີ່ມເຕີມ ຈາກທ່ານ Thui Chunthavong ເຫດການລົດຂົນສົ່ງແຮງງານ ເສຍຫຼັກ ຕົກນໍ້າຂອງ ໃນຕອນເຊົ້າວັນທີ 22 ກໍລະກົດ 2019 ທີ່ເຂດ ກໍ່ສ້າງ ເຂື່ອນນໍ້າຂອງ ໄຊຍະບູລີ ໃຫ້ຮູ້ວ່າ.
ລົດທີ່ຕົກນໍ້າຂອງ ມີຄົນທັງໝົດ 30 ຄົນ. ເປັນລົດຂົນສົ່ງ ແຮງງານ ທີ່ຈະໄປເຮັດວຽກຢູ່ເຂື່ອນໄຊຍະບຸລີ. ເຫດດັ່ງກ່າວ ເຮັດໃຫ້ຄົນ ເສຍຊີວິດ 6 ຄົນ (ພົບສົບແລ້ວ 2 ແລະ ຍັງສູນຫາຍ 4 ຄົນ). (ສ່ວນລາຍລະອຽດ ຜູ່ເສຍຊີວິດ ຍັງບໍ່ທັນມີການລາຍງານ). ຫຼັງຈາກເກີດເຫດ ເຈົ້າໜ້າທີ່ກ່ຽວຂ້ອງ ກໍ່ໄດ້ສົມທົບກັບກັນ ປະສານງານ ເອົາເຮືອບັກ ແລະ ລົດຈົກ ມາຍົກເອົາລົດທີ່ຕົກລົງນໍ້າ.
ສ່ວນສາເຫດ ຂອງການເກີດອຸບັດຕິເຫດ ຄັ້ງນີ້ ເຈົ້າໜ້າທີ່ຈະກວດສອບ ຕາມຂັ້ນຕອນກົດໝາຍຕໍ່ໄປ. ສະແດງຄວາມເສຍໃຈກັບ ເຫດການຄັ້ງນີ້ອີກຄັ້ງ.