Tuesday, June 25, 2019

Donation For Community

ໃນຕອນເຊົ້າຂອງວັນທີ 24 ມີຖຸນາ 2019 ນີ້ຢູ່ທີ່ຫ້ອງການຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ເມືອງຄຳເກີດ ໄດ້ຈັດພິທີມອບຮັບອຸປະກອນໂທລະໂຄ້ງໃຫ້ເມືອງຄຳເກີດ ເຊິ່ງເປັນກຽດຂື້ນກ່າວຮັບໂດຍທ່ານ ເຂັມພອນ ປັນຍານຸວົງ ຫົວໜ້າຫ້ອງການ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງຄຳເກີດ ກ່າວມອບໂດຍທ່ານ ສ້ອຍ ວົງພະຈັນ ຫົວໜ້າດ່ານພາສີສາກົນນໍ້າພາວ ມີບັນດາຄະນະ, ພະນັກງານຫ້ອງການ ຖວທ ເຂົ້າຮ່ວມເປັນສັກຄີພິຍານ. ເຊິ່ງປະກອບມີ ປາກເລີໃຫຍ່ ຈຳນວນ 8 ປາກ, ສາຍ ຈຳນວນ 3.100 ແມັດ ແລະ ໝໍ້ແບ່ງ 6 ໜ່ວຍ ເຊິ່ງ ລວມມູນຄ່າທັງໝົດ 13.900.000 ກີບ ເຊິ່ງໃນນັ້ນຜູ້ມີຜູ້ປະກອບສ່ວນ ມີດ່ານພາສີສາກົນນໍ້າພາວ, ທ່ານ ພີນິດໄຊ ໂພນສະຫວ່າງ, ທ່ານ ພອນປະສິດ ທິບວົງໄຊ ທ່ານ ຫງຽວັນແທ່ງ ທ່ານ ເຢິນ ແລະ ທ່ານ ເຈັກ ບໍລິສັດອານຸວົງການຄ້າ.
                          

Sunday, June 23, 2019

Thaveng Party Unit

                            ຜົນຂອງການເລືອກຕັ້ງ ສະມາຊີກກຸ່ມ ທ່າແວງ


Villager Cleaning

                 ຊາວບ້ານໂພນແພງອອກແຮງງານລວມ ເພື່ອຕ້ອນຮັບວັນສຳຄັນຂອງຊາດ

Friday, June 21, 2019

Farming Season In Laos

                                  ການປັກດຳເຂົ້ານາປີ ຂອງຊາວເມືອງຄຳເກີດ
                                ເມືອງຄຳເກີດກໍສາມາດຜະລິດເຂົ້າໄດ້ ຫລາຍພໍສົມຄວນ

Financial News (ຂ່າວການເງີນ)

ທະນາຄານພັດທະນາລາວ ສາຂາຫລັກຊາວ ໄດ້ຮັບໃບຍ້ອງຍໍ ຜົນງານດີເດັ່ນໃນການສະໜອງການບໍລິການ ໃຫ້ແກ່ ບໍລິສັດ ເທີນ - ຫິນບູນ ພາວເວີ ຈໍາກັດ.
-------------------- ** -------------------
ພິທີມອບໃບຢັ້ງຢືນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 19/06/2019, ເວລາ 16:00 ໂມງ, ທີ່: ຫ້ອງປະຊຸມຂອງ ທພລ ສາຂາຫລັກຊາວ, 
=> ຕາງໜ້າໃຫ້ແກ່ ທພລ ສາຂາຫລັກຊາວ ຂຶ້ນຮັບໃບຢັ້ງຢືນໄດ້ແກ່: ທ່ານຄຳພິນ ຄຳສຸກວົງສານ, ວ່າການຫົວໜ້າ ທພລ ສາຂາຫລັກ20
=> ຕາງໜ້າໃຫ້ແກ່ ບໍລິສັດ ເທີນ - ຫິນບູນ ພາວເວີ ຈໍາກັດ ຂຶ້ນມອບໃບຍ້ອງຍໍໂດຍ: ທ່ານ ສຸລິເດດ ເບົ້າມະນີໂຄດ ຮອງຜູ້ອຳນວຍການ ບໍລິສັດເທີນ-ຫີນບູນ ພາວເວີຈຳກັດ

                                            
                                  ພະນັກງານຂອງ ທະນາຄານ ພັດທະນາລາວ ສາຂາ ຫລັກຊາວ
                              ພະນັກງານຮັບຟັງ ການລາຍງານ ໃນການມອບ ຮັບ ໃບກຽດຕິກູນ

                                  ພິທີການ ການມອບ ຮັບ ໃບຍ້ອງຍໍ ຈາກ ບສ ທີນຫີນບູນ

Wednesday, June 19, 2019

Thaveng Local Party

 ໃນວັນທີ 19 ມິຖຸນາ 2019 ນີ້ຢູ່ທີ່ຫ້ອງການກຸ່ມພັດທະນາບ້ານ ທ່າແວ້ງ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ III ຂອງຄະນະພັກຮາກຖານກຸ່ມພັດທະນາບ້ານທ່າແວ້ງ ໃຫ້ກຽດເປັນປະທານໂດຍ ສະຫາຍ ນາງ ບຸນຕາ ເຕັມອັດຕາ ກຳມະການພັກເມືອງ ເລຂາຄະນະພັກຮາກຖານກຸ່ມພັດທະນາບ້ານທ່າແວ້ງ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ຄຳພອນ ເຮືອງມະນີພັນ ຄະນະປະຈຳພັກເມືອງ ຫົວໜ້າໂຄສະນາອົບຮົມເມືອງຄຳເກີດ, ມີບັນດາແຂກທີ່ຖືກເຊີນ ແລະ ສະມາຊິກພັກທົ່ວກຸ່ມບ້ານພັດທະນາບ້ານທ່າແວ້ງ ເຂົ້າຮ່ວມຢ່າງພ້ອມພຽງ.
( ແຫລ່ງຂ່າວ: ຫ້ອງການຖະແຫລ່ງຂ່າວ ເມືອງຄຳເກີດ )
                                            
                                  ໄຂກອງປະຊຸມ ໜ່ວຍເລຂາພັກຮາກຖານ ກຸ່ມທ່າແວງ

                                  ທ່ານເຈົ້າເມືອງ ຄຳເກີດ ມອບໃບກຽດຕິຄູນ ຕໍ່ຜູ້ທີ່ມີຜົນງານ
ການຕິດຕັ້ງ ປ້າຍ ຍີນດີຕ້ອນຮັບ ຂອງເມືອງຄຳເກີດ

ເລຂາພັກຂັ້ນບ້ານໂພນແພງ ກໍເຂົ້າຮ່ວມ

Khamkeut Notice

                                   ແຈ້ງການຂອງຫ້ອງການເມືອງຄຳເກີດ

Sunday, June 9, 2019

Lao China Railway

                            ໂຄງການກໍ່ສ້າງທາງລົດໄຟສປປລາວ ແລະ ສປ ຈີນ

Khamkeut Horse Club

                         ເພື່ອການກິລາ ແລະ ການທ່ຽວຊົມຂອງຜູ້ມາຢ້ຽມຢາມ

ືNature Around Water Spring

                              ສະຖານທີ່ອອມຮອບວັງນ້ຳເຢັນທີ່ເມືອງຄຳເກີດ
                                       
ບໍລີເວນສະຖານທີ່ດັ່ງກ່າວມີທຳມະຊາດທີ່ນ່າທ່ຽວຫລາກຫລາຍ

Water Spring In Khamkeut

                              ແຫລ່ງທ່ອງທ່ຽວທີ່ກຳລັງໄດ້ຮັບການພັດທະນາ
                                 
ວັງນ້ຳເຢັນທີ່ກຳລັງໄດ້ຮັບການພັດທະນາ ແລະ ນ່າທ່ຽວ

Xebangfai Cave

                            ເຊບັງໄຟ ສະຖານທ່ອງທ່ຽວທີ່ນ່າທ່ຽວຊົມແຫ່ງໜື່ງ

Lao China Travel Promote

                            ສົ່ງເສີມການທ່ອງທ່ຽວລະຫວ່າງສປປລາວ ແລະ ສປຈີນ