Tuesday, June 25, 2019

Donation For Community

ໃນຕອນເຊົ້າຂອງວັນທີ 24 ມີຖຸນາ 2019 ນີ້ຢູ່ທີ່ຫ້ອງການຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ເມືອງຄຳເກີດ ໄດ້ຈັດພິທີມອບຮັບອຸປະກອນໂທລະໂຄ້ງໃຫ້ເມືອງຄຳເກີດ ເຊິ່ງເປັນກຽດຂື້ນກ່າວຮັບໂດຍທ່ານ ເຂັມພອນ ປັນຍານຸວົງ ຫົວໜ້າຫ້ອງການ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງຄຳເກີດ ກ່າວມອບໂດຍທ່ານ ສ້ອຍ ວົງພະຈັນ ຫົວໜ້າດ່ານພາສີສາກົນນໍ້າພາວ ມີບັນດາຄະນະ, ພະນັກງານຫ້ອງການ ຖວທ ເຂົ້າຮ່ວມເປັນສັກຄີພິຍານ. ເຊິ່ງປະກອບມີ ປາກເລີໃຫຍ່ ຈຳນວນ 8 ປາກ, ສາຍ ຈຳນວນ 3.100 ແມັດ ແລະ ໝໍ້ແບ່ງ 6 ໜ່ວຍ ເຊິ່ງ ລວມມູນຄ່າທັງໝົດ 13.900.000 ກີບ ເຊິ່ງໃນນັ້ນຜູ້ມີຜູ້ປະກອບສ່ວນ ມີດ່ານພາສີສາກົນນໍ້າພາວ, ທ່ານ ພີນິດໄຊ ໂພນສະຫວ່າງ, ທ່ານ ພອນປະສິດ ທິບວົງໄຊ ທ່ານ ຫງຽວັນແທ່ງ ທ່ານ ເຢິນ ແລະ ທ່ານ ເຈັກ ບໍລິສັດອານຸວົງການຄ້າ.
                          

No comments:

Post a Comment