Thursday, October 24, 2019

ຫ້ອງການເມືອງຄຳເກີດ ຈັດກອງປະຊຸມ

ວັນທີ 23/10/2019 ທີ່ຫ້ອງປະຊຸມໃຫຍ່ ສຳນັກງານປົກຄອງເມືອງຄຳເກີດ ໄດ້ປະຊຸມປຶກສາຫາລືວຽກງານກະກຽມກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງ ໂດຍທ່ານ ເພັດສະໃໝ ໄຊຍະທິຈັກ ວ່າການເລຂາພັກເມືອງ-ເຈົ້າເມືອງ ເປັນປະທານ, ມີບັນດາທ່ານໃນຄະນະຊີ້ນຳ ແລະ ຄະນະແຕ່ລະອະນຸກຳມະການເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການລາຍງານຜົນການເຄື່ອນໄຫວວຽກງານ ຈາກຜູ້ຕາງຫນ້າແຕ່ລະອະນຸກຳມະການ, ປຶກສາຫາລືເອກະພາບວຽກງານທີ່ຍັງພົບຄວາມຫຍຸ້ງຍາກຜ່ານມາ ແລະ ໃນຕອນທ້າຍ ປະທານກອງປະຊຸມໄດ້ຊີ້ນຳໃຫ້ແຕ່ລະອະນຸກຳມະການສືບຕໍ່ໃນການກະກຽມແຕ່ລະຫນ້າວຽກໃຫ້ມີຜົນສຳເລັດຕາມຄາດຫມາຍ.
                              ຫ້ອງການເມືອງຄຳເກີດ ຈັດກອງປະຊຸມ

No comments:

Post a Comment