Monday, July 22, 2019

Xayabouly Menpower excident

ໄຊຍະບູລີ: ລາຍງານເຂົ້າມາເພີ່ມເຕີມ ຈາກທ່ານ Thui Chunthavong ເຫດການລົດຂົນສົ່ງແຮງງານ ເສຍຫຼັກ ຕົກນໍ້າຂອງ ໃນຕອນເຊົ້າວັນທີ 22 ກໍລະກົດ 2019 ທີ່ເຂດ ກໍ່ສ້າງ ເຂື່ອນນໍ້າຂອງ ໄຊຍະບູລີ ໃຫ້ຮູ້ວ່າ.
ລົດທີ່ຕົກນໍ້າຂອງ ມີຄົນທັງໝົດ 30 ຄົນ. ເປັນລົດຂົນສົ່ງ ແຮງງານ ທີ່ຈະໄປເຮັດວຽກຢູ່ເຂື່ອນໄຊຍະບຸລີ. ເຫດດັ່ງກ່າວ ເຮັດໃຫ້ຄົນ ເສຍຊີວິດ 6 ຄົນ (ພົບສົບແລ້ວ 2 ແລະ ຍັງສູນຫາຍ 4 ຄົນ). (ສ່ວນລາຍລະອຽດ ຜູ່ເສຍຊີວິດ ຍັງບໍ່ທັນມີການລາຍງານ). ຫຼັງຈາກເກີດເຫດ ເຈົ້າໜ້າທີ່ກ່ຽວຂ້ອງ ກໍ່ໄດ້ສົມທົບກັບກັນ ປະສານງານ ເອົາເຮືອບັກ ແລະ ລົດຈົກ ມາຍົກເອົາລົດທີ່ຕົກລົງນໍ້າ.
ສ່ວນສາເຫດ ຂອງການເກີດອຸບັດຕິເຫດ ຄັ້ງນີ້ ເຈົ້າໜ້າທີ່ຈະກວດສອບ ຕາມຂັ້ນຕອນກົດໝາຍຕໍ່ໄປ. ສະແດງຄວາມເສຍໃຈກັບ ເຫດການຄັ້ງນີ້ອີກຄັ້ງ.

No comments:

Post a Comment