Thursday, October 10, 2019

ເມືອງຄຳເກີດໄດ້ເຈົ້າເມືອງຄົນໃໝ່

                  ເມືອງຄຳເກີດໄດ້ເຈົ້າເມືອງຄົນໃໝ່
ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ວັນວິໄລ ແດນພູຫຼວງ ຄະນະປະຈຳພັກແຂວງ ເລຂາພັກເມືອງ ເຈົ້າເມືອງຄຳເກີດຜູ້ເກົ່າ ກັບ ທ່ານ ເພັດສະໃໝ ໄຊຍະທິຈັກ ວ່າການເລຂາພັກເມືອງເຈົ້າ-ເມືອງຄຳເກີດ ຜູ້ໃໝ່.
ເຊີ່ງໄດ້ຈັດຂື້ນໃນຕອນເຊົ້າຂອງ ວັນທີ 10/10/2019
ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງຄຳເກີດ.
ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄຳໄຊ ແລະ ເຊີ່ງມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ພະນັກງານອາວຸໂສບຳນານ ແລະ ພະນັກງານຫຼັກແຫຼ່ງຂອງເຂົ້າຮ່ວມຢ່າງພ້ອມພຽງ.
                              ທ່ານເຈົ້າແຂວງບຊລິຄຳໄຊ ສປປ ລາວ
                              ທ່ານເຈົ້າເມືອງຄຳເກີດຜູ້ເກົ່າ ແລະ ຜູ້ໃໝ່
ກຸ່ມເຍົາວະຊົນເມືອງຄຳເກີດ ບ້ານໂພນແພງ

No comments:

Post a Comment