Friday, October 11, 2019

ການປະຕິຮູບ ອົງການຈັດຕັ້ງ ພາຍໃນ

Breaking news: ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ຮັບການແຕ່ງຕັ້ງເປັນ ວ່າການລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປ່ຽນແທນ ທ່ານ ສຸພັນ ແກ້ວມີໄຊ (ຜູ້ເກົ່າ) ຊຶ່ງອອກພັກການ-ຮັບອຸດໜູນບຳນານ ຕາມເງື່ອນໄຂກະສຽນຮັບອຸດໜູນບຳນານທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ.
ພິທີມອບ-ຮັບໜ້າທີ່ດັ່ັງກ່າວ ໄດ້ຈັດຂື້ນໃນວັນທີ 11 ຕຸລາ 2019 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະສູນກາງພັກ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານຫລັກແຫລ່ງຈາກພາກສ່ວນທີ່ກ່ຽວຂ້ອງ 140 ກ່ວາທ່ານ.
ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການປະກອບສ່ວນຢ່າງໃຫຍ່ຫລວງຂອງ ທ່ານ ສຸພັນ ແກ້ວມີໄຊ ເຂົ້າໃນວຽກງານຂະແໜງການແຜນການ ແລະ ການລົງທຶນ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະຜ່ານມາ.ແບບປະສົມປະສານ ທີ່ມີທັງສິ່ງທ້າທາຍ ແລະ ຂໍ້ສະດວກ ທັງການລົງທືນທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງວິສາຫາກິດ ທຸກພາກ
ແຫລ່ງຂ່າວ : ຂປລ ( Khaosan Pathed Laos)
                              ການສັບປ່ຽນ ອົງກອນ ການບໍລິຫານ ລັດ

ເຊັນບົດຄວາມເຂົ້າໃຈລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

No comments:

Post a Comment