Friday, January 24, 2020

                         

11 ວຽກ ອົງການປົກຄອງແຂວງ​​​ ຈະຕ້ອງໄດ້ເພີ່ມທະວີ​

ເພື່ອ​ຮັບປະກັນ​ຜົນສຳ​ເລັດຂອງວຽກງານພັດທະນາ​ເສດຖະກິດ-ສັງຄົມ ອົງການປົກຄອງແຂວງຕ້ອງເລັ່ງຈັດຕັ້ງປະຕິບັດຫຼາຍວຽກງານຈຳເປັນ ທ່ານ ໃສຄຳ ທອງລັດ ປະທານຄະນະກຳມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ປະກອບຄຳເຫັນຕໍ່ບົດລາຍງານ ຂອງອົງການປົກຄອງແຂວງ​ບໍລິຄຳໄຊ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຊຸດທີ I ທີ່ໄດ້ຈັດຂຶ້ນໃນວັນທີ 21 ມັງກອນ 2020 ຢູ່ຫ້ອງປະຊຸມສະພາປະຊາຊົນຂວງບໍລິຄຳໄຊ.       
    ຜ່ານການຮັບຟັງລາຍງານໂດຍສັງເຂບຂອງອົງການປົກຄອງແຂວງ ກ່ຽວກັບບັນຫາທີ່ພົ້ນເດັ່ນເປັນຈຸດສຸມບູລິມະສິດຂອງແຂວງ, ການຈັດຕັ້ງປະຕິບັດແຜນພັດທະນາເສເດຖະກິດ-ສັງຄົມ, ແຜນການລົງທຶນຂອງລັດ, ແຜນງົບປະມານແຫ່ງລັດ ປະຈໍາປີ 2019  ແລະ ທິດທາງແຜນການ ປີ 2020 ເຫັນວ່າຍັງຮັກສາໄດ້ຄວາມສະຫງົບເປັນລະບຽບຮຽບຮ້ອຍໃນສັງຄົມ, ເສດຖະກິດຍັງຂະຫຍາຍຕົວຕໍ່ເນື່ອງ ສາມາດຈັດເກັບລາຍຮັບງົບປະມານໄດ້ຕາມແຜນ ແລະ ລື່ນແຜນ ໂດຍສະເພາະພູດຂອງແຂວງ ລື່ນແຜນ 6,51%, ສະພາບການລົງທຶນເຫັນວ່າມີບັນຍາກາດທີ່ດີ, ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດປີ 2019 ມີຜົນສໍາເລັດ ແລະ ຢູ່ໃນກອບຕົວເລກທີ່ສະພາຮັບຮອງ, ຄວາມທຸກຍາກໄດ້ຮັບການແກ້ໄຂເທື່ອລະກ້າວ, ການປະຕິບັດຕົວເລກຄາດໝາຍຫຼາຍດ້ານ ໄດ້ຮັບຜົນສໍາເລັດຕາມແຜນທີ່ວາງໄວ້, ການແກ້ໄຂບັນຫາ 4 ເຖື່ອນ ແລະ ການຈັດຕັ້ງປະຕິບັດ 9 ຫົວຂໍ້ວິທະຍາສາດ ພວມຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ. ນອກນັ້ນຍັງໄດ້ປຸກລະດົມຂົນຂວາຍທຸກແຫຼ່ງທຶນເຂົ້າໃນການພັດທະນາແຂວງ ເປັນຕົ້ນແມ່ນກອງທຶນໜື່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ສະເພາະປີ 2019 ສາມາດລະດົມທຶນໄດ້ 668 ລ້ານກວ່າກີບ ແລະ ໄດ້ເຄື່ອນໄຫວຊ່ວຍເຫຼືອສັງຄົມເປັນຕົ້ນແມ່ນປຸກສ້າງ ແລະ ສ້ອມແປງໂຮງຮຽນ, ຊື້ພາຫະນະ ແລະ ອຸປະກອນການແພດ, ຊ່ວຍເຫຼືອຄອບຄົວອານາຖາ ແລະ ອື່ນໆ ເປັນເງິນ 1.343.000.000 ກວ່າກີບ.
  ເຖິງຢ່າງໃດກໍ່ຕາມ ຜ່ານການຕິດຕາມກວດກາຂອງສະພາປະຊາຊົນແຂວງ ຍັງເຫັນບາງບັນຫາທີ່ເປັນສິ່ງທ້າທາຍ ເຊິ່ງອົງການປົກຄອງແຂວງຈະຕ້ອງໄດ້ເອົາໃຈໃສ່ຄື: ເອົາໃຈໃສ່ດຶງດູດການລົງທຶນຂອງພາກເອກະຊົນໃຫ້ຫຼາຍຂຶ້ນ ດ້ວຍການປັບປຸງຂັ້ນຂອດທີ່ເປັນອຸປະສັກໃນການລົງທຶນ, ຊຸກຍູ້ການຜະລິດ-ການປຸງແຕ່ງພາຍໃນໃຫ້ຂະຫຍາຍຕົວເປັນຮູບປະທໍາ, ຊຸກຍູ້ສົ່ງເສີມການສົ່ງອອກ ແລະ ການບໍລິການດ້ານການທ່ອງທ່ຽວ ໃຫ້ກ້ວາງຂວາງ ແລະ ຕໍ່ເນື່ອງ, ເອົາໃຈໃສ່ຄົ້ນຄວ້າປະສານສົມທົບກັບທຸກຂະແໜງການ ເພື່ອຄວາມເປັນເອກະພາບກ່ຽວກັບຂໍ້ມູນຖານລາຍຮັບໃຫ້ມີຄວາມຈະແຈ້ງ, ສືບຕໍ່ເກັບລາຍຮັບທີ່ຍັງບົ່ມຊ້ອນ ແລະ ເອົາໃຈໃສ່ ຄຸ້ມຄອງລາຍຈ່າຍໃຫ້ໄປຕາມແຜນທີ່ກໍານົດໄວ້, ໃຫ້ຊີ້ນໍາພະແນກການທີ່ກ່ຽວຂ້ອງ ຈັດຕັ້ງຜັນຂະຫຍາຍຄໍາແນະນໍາ ຂອງກະຊວງການເງິນສະບັບເລກທີ່ 4488/ກງ ລົງວັນທີ່ 7 ພະຈິກ 2019 ວ່າດ້ວຍການສ້າງແຂວງເປັນຫົວນ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ດ້ານການເງິນ ດ້ວຍການສ້າງເປັນນິຕິກໍາຂອງແຂວງ ສະເໜີສະພາປະຊາຊົນແຂວງພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ່ 9, ໃຫ້ສືບຕໍ່ກວດກາ ແລະ ແກ້ໄຂບັນຫາການອະນຸຍາດໃຫ້ເຊົ່າ ແລະ ສໍາປະທານເນື້ອທີ່ດິນຂອງລັດ ແລະ ຂອງປະຊາຊົນໃຫ້ແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ ແບບບໍ່ຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ, ເອົາໃຈໃສ່ແກ້ໄຂບັນຫາຄໍາສະເໜີ, ຄໍາຮ້ອງທຸກຂອງປະຊາຊົນ ໂດຍສະເພາະແມ່ນຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການພັດທະນາຕ່າງໆ ທີ່ໄດ້ລົງມືຈັດຕັ້ງປະຕິບັດໂຄງການແລ້ວ ແຕ່ຍັງບໍ່ທັນໄດ້ຮັບການຊົດເຊີຍຊັບສິນ ຫຼື ຍັງບໍ່ທັນໄດ້ຍົກຍ້າຍຈັດສັນ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ, ໃຫ້ມີຄວາມເຄັ່ງຮ້ອນ, ເປັນເຈົ້າການໃນການປົກປັກຮັກສາເຂດນໍ້າແດນດິນ ໂດຍສະເພາະແມ່ນການສະເໜີລັດຖະບານກ່ຽວກັບການສ້າງ-ປ້ອງກັນຕະຝັ່ງເຈື່ອນ  ໃນຈຸດທີ່ມີຄວາມສ່ຽງສູງ, ການທັກທ້ວງຢ່າງເປັນເຈົ້າການກ່ຽວກັບການສ້າງຕະຝັ່ງເຈື່ອນ, ການພັດທະນາດອນ ແລະ ການຈັດກິດຈະກໍາຕ່າງໆ ຕາມແມ່ນໍ້າຂອງ, ທັງມີວິທີການຄຸ້ມຄອງ, ປົກປັກຮັກສາຊຸກຍູ້ ໃຫ້ປະຊາຊົນມີເງື່ອນໄຂເຂົ້າໄປເຮັດການຜະລິດ, ເອົາໃຈໃສ່ຊີ້ນໍາການສ້າງ ແລະ ປັບປຸງນິຕິກໍາຂອງແຂວງ ໃຫ້ມີຜົນສໍາເລັດຕາມມະຕິຂອງສະພາປະຊາຊົນແຂວງຮັບຮອງ, ທັງສະເໜີໃຫ້ເອົາໃຈໃສ່ຊີ້ນໍາການຈັດຕັ້ງປະຕິບັດ ບັນດາຕົວເລກຄາດໝາຍຕ່າງໆທີ່ຍັງບໍ່ທັນບັນລຸ, ສະເໜີໃຫ້ເອົາໃຈໃສ່ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມໂດຍສະເພາະແມ່ນ 4 ເຖື່ອນ ແລະ ການຜັນຂະຫຍາຍ 9 ຫົວຂໍ້ວິທະຍາສາດ ເຂົ້າສູ່ວຽກງານຕົວຈິງ, ໃຫ້ເອົາໃຈໃສ່ຈັດສັນເງິນລົງທຶນ ເຂົ້າໃສ່ໂຄງການລົງທືນສົ່ງເສີມການຜະລິດເປັນສິນຄ້າ, ການປຸງແຕ່ງ, ຊຸກຍູ້ຫົວໜ່ວຍທຸລະກິດຂະໜາດນ້ອຍ, ຂະໜາດກາງ ( SME) ແລະ ສ້າງຄອບຄົວຕົວແບບໃຫ້ຫຼາຍຂຶ້ນ, ສົ່ງພະນັກງານລົງຊ່ວຍເມືອງ ແລະ ຮາກຖານບ້ານເພື່ອຈັດຕັ້ງນໍາພາຊຸກຍູ້ການຜະລິດເປັນສິນຄ້າຢ່າງເປັນຮູບປະທໍາ, ສະເໜີໃຫ້ເອົາໃຈໃສ່ປະຕິບັດບັນດາຕົວເລກຄາດໝາຍ ທີ່ກໍານົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ 4 (2016-2020) ຕາມມະຕິຂອງສະພາປະຊາຊົນແຂວງຮັບຮອງໃນກອງປະຊຸມຄັ້ງປະຖົມມະລຶກ ແລະ ເອົາໃຈໃສ່ປະຕິບັດມະຕິ, ຄໍາແນະນໍາຂອງຄະນະປະຈໍາສະພາໃນແຕ່ລະສະໄໝ ແລະ ໃຫ້ອົງການປົກຄອງແຂວງຕິດຕາມຊຸກຍູ້ ແລະ ກວດກາການເຄື່ອນຍ້າຍແຮງງານທີ່ບໍ່ເປັນລະບົບ ເພື່ອໃຫ້ເຂົາເຈົ້າສາມາດເຂົ້າເຖິງການສຶກສາ, ສາທາລະນະສຸກ ແລະ ໄດ້ຮັບການຄຸ້ມຄອງ, ປົກປ້ອງແຮງງານຕາມກົດໝາຍ.
* ແຫລ່ງຂ່າວ: ແຂວງບໍລິຄຳໄຊ 

No comments:

Post a Comment