Saturday, February 1, 2020

ບັນຫາ ແລະ ການແກ້ໄຂຄວາມທຸກຍາກ

         (ເມືອງຄຳເກີດ ສາມາດລຶບລ້າງຄວາມທຸກຍາກ ໄດ້ແລ້ວ 85,95%)

ເມືອງຄຳເກີດ ເປັນເມືອງທີ່ຕັ້ງຢູ່ທາງພາກຕາເວັນອອກ ໃນເຂດພູພຽງນາກາຍ ຂອງແຂວງບໍລິຄຳໄຊປະກອບມີ 8 ກຸ່ມບ້ານພັດທະນາ, 61 ບ້ານ, 10.995 ຄອບຄົວ ແລະ ມີພົນລະເມືອງທັງໝົດ 71.192 ຄົນ, ຍິງ 34.884 ຄົນ, ລວມມີ 14 ເຜົ່າ, ມີເນື້ອທີ່ທັງໝົດ 2.549 km2 ໃນນັ້ນພູດອຍກວມເອົາ 30%, ປ່າໄມ້ 65% ແລະ ເນື້ອທີ່ອື່ນໆກວມ 5% ເປັນເມືອງພູສູງ ແລະ ໄດ້ຮັບຜົນກະທົບຈາກລົມມໍລະສຸມຫຼາຍທີ່ສຸດ, ມີຝົນຕົກຫຼາຍ ແລະ ມີລົມໜາວຈາກທະເລພັດຜ່ານ ຈຶ່ງເປັນສາເຫດໃຫ້ມີອາກາດປຽ່ນແປງໄດ້ທຸກເວລາ, ອຸນຫະພູມສະເລ່ຍ 17,5 ອົງສາ ໃນນັ້ນລະດູໜາວອຸນຫະພູມລົງເຖິງ 2 ອົງສາ ແລະ ສູງສຸດ 34,1 ອົງສາ ບາງວັນກໍ່ມີການປ່ຽນແປງທາງດ້ານອາກາດ ມີເມກ, ໝອກ, ລົມ, ຝົນ ຈຶ່ງເຮັດໃຫ້ອາກາດຢູເມືອງຄຳເກີດໜາວເຢັນ ແລະ ເໝາະສົມແກ່ການປູກພຶດໄລຍະສັ້ນ ແລະ ຍາວທຸກຊະນິດ.
     ທ່ານ ເພັດສະໄໝ ໄຊຍະທິຈັກ ວ່າການເຈົ້າເມືອງຄໍາເກີດ ໄດ້ກ່າວວ່າ: ເມືອງຄໍາເກີດໄດ້ມີທ່າແຮງທາງດ້ານການພັດທະນາເສດຖະກິດ-ສັງຄົມຫຼາຍດ້ານ ໂດຍສະເພາະແມ່ນການປູກຝັງ, ລ້ຽງສັດ ແລະ ເຮັດການບໍລິການທາງຜ່ານ, ໄລຍະໜື່ງປີຜ່ານມາ ເມືອງຄໍາເກີດພວກເຮົາໄດ້ມີຄວາມພະຍາຍາມລົງກະຕຸ້ນແນວຄວາມຄິດໃຫ້ແກ່ນັກທຸລະກິດ ຜູ້ປະກອບການ, ຊາວຄ້າຂາຍ ແລະ ພໍ່ແມ່ປະຊາຊົນ ຢູ່ຕາມກຸ່ມບ້ານຕ່າງໆໃນທົ່ວເມືອງໃຫ້ມີຄວາມມຸ່ງໝັ້ນ ສ້າງເຖດຖະກິດ ຄອບຄົວຕົນເອງ ເປັນຕົ້ນແມ່ນການດໍາເນີນທຸລະກິດ, ລ້ຽງສັດ, ປູກຝັງ ຢ່າງຕັ້ງໜ້າ ຄຽງຄູ່ກັບການສຶກສາອົບຮົມການເມືອງແນວຄິດ, ສ້າງຄວາມສາມັກຄີເປັນປຶກແຜ່ນ, ເຮັດໜ້າທີ່ປ້ອງກັນຊາດ ປ້ອງກັນຄວາມສະຫງົບໄດ້ໂດຍພື້ນຖານ ແລະ ເສີມຂະຫຍາຍຮີດຄອງປະເພນີອັນດີງາມໄວ້ໃຫ້ໝັ້ນຄົງ ແລະ ຢ່າງມີການພັດທະນາ.
 ທ່ານ ເພັດສະໄໝ ໄດ້ກ່າວອີກວ່າ: ການພັດທະນາເສດຖະກິດພາຍໃນເມືອງຄໍາເກີດແມ່ນໄດ້ເລັ່ງໃສ່ກວດກາ, ຄຸ້ມຄອງປົກປັກຮັກສາປ່າຜະລິດ, ປ່າປ້ອງກັນ, ປ່າສະຫງວນ ແລະ ຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ, ບຸກເບີກເນືອທີ່, ຂະຫຍາຍຊົນລະປະທານໃຫ້ບ້ານທີ່ບໍ່ທັນມີ ເຊັ່ນ: ຊົນລະປະທານຢູ່ເຂດໜອງຊົງ, ເຂດບ້ານໂພນທອງ ໂດຍສະເພາະແມ່ນການຕໍ່ເຕີມຄອງເໝືອງໄດ້ 350 ແມັດ, ຊຸກຍູ້ປະຊາຊົນປູກພຶດ ໃນລະດູການຜະລິດ 2017-2018 ບັນລຸ 3830 ເຮັກຕ່າ,  ປູກເຂົ້ານາແຊງໄດ້ 40,2 ເຮັກຕ່າ ປູກພຶດລະດູຝົນໄດ້ 3,320 ເຮັກຕ່າ ຊຸກຍູ້ການລ້ຽງສັດປະເພດງົວ, ຄວາຍ, ແບ້, ໝູ ແລະ ສັດປີກ ສາມາດສະໜອງໃຫ້ແກ່ການບໍລິໂພກພາຍໃນເມືອງໄດ້ຢ່າງພຽງພໍ ຄຽງຄູ່ກັບການຜະລິດຍັງໄດ້ຊຸກຍູ້ບຸກຄົນ ແລະ ນິຕິບຸກຄົນເຂົ້າມາມີສ່ວນຮ່ວມໃນການດໍາເນີນທຸລະກິດ ຈົດທະບຽນໃໝ່ມີ 26 ຫົວໜ່ວຍ ມີທືນຈົດທະບຽນ 1,349,800,0000 ກີບ, ດັດແກ້ 6 ຫົວໜ່ວຍ ມີທືນຈົດທະບຽນ 4,965,000,900 ກີບ, ພ້ອມກັບການເຄື່ອນໄຫວຄຸ້ມຄອງຕິດຕາມຫົວໜ່ວຍທຸລະກິດທີ່ຈົດທະບຽນແລ້ວໃຫ້ມີການເຄື່ອນໄຫວປົກກະຕິ, ຄຸ້ມຄອງລາຄານໍ້າມັນ ແລະ ສິນຄ້າໝົດອາຍຸ ແລະ ບໍ່ໄດ້ມາດຕະຖານເປັນປົກກະຕິ ສະເພາະວຽກງານການພັດທະນາພື້ນຖານໂຄງລ່າງ ທົ່ວເມືອງຄໍາເກີດໄດ້ມີເສັ້ນທາງສາມາດໄປມາຫາສູ່ກັນໄດ້ທຸກບ້ານ ແລະ ມີລະບົບໂທລະຄົມມະນາຄົມ, ໄຟຟ້າ, ນໍ້າສະອາດຢ່າງທົ່ວເຖິງ ລູກຫຼານໃນເກນອາຍຸໄດ້ເຂົ້າຮຽນເປັນປົກກະຕິ, ຊີວິດການເປັນຢູ່ຂອງປະຊາຊົນກໍ່ໄດ້ຮັບການບໍລິການດ້ານສາທາລະນະສຸກຢ່າງທົ່ວເຖິງ ແລະ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ຈາກອາກອນໃນ 6 ເດືອນຕົ້ນປີ 4,216,340,093 ກີບ ໄດ້ຈາກຄ່າທໍານຽມຈົດທະບຽນ 42,620,000 ກີບ ຈາກທີ່ດິນ 677,991,759 ກີບ ຄ່າບໍລິການ 1,019,426,000 ກີບ ຈາກຊັບສິນ 232,639,733 ກີບ ສະເລ່ຍລາຍຮັບລວມຍອດ ຜະລິດຕະພັນພາຍໃນ  GDP ຕໍ່ຄົນໄດ້ 16,480,769 ກີບ ເທົ່າກັບ 1,936 ດອນລ່າ ຕໍ່ຄົນຕໍ່ປີ, ວຽກພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ປັດຈຸບັນທົ່ວເມືອງຄຳເກີດໄດ້ມີຄອບຄົວພົ້ນທຸກແລ້ວ 10,550 ຄອບຄົວ ກວມເອົາ 95,95 % , ຄອບຄົວທຸກຍາກຍັງເຫຼືອ 4,05%, ຄອບຄົວພັດທະນາ 9,973 ຄອບຄົວ ດ້ວໝາກຜົນແຫ່ງການຈັດຕັ້ງປະຕິບັດ ເຮັດໃຫ້ເມືອງຄຳເກີດ ໄດ້ມີໃບໜ້າໃໝ່, ໄດ້ມີບາດກ້າວຂະຫຍາຍຄົວທາງດ້ານເສດຖະກິດ, ສັງຄົມ ຢ່າງໝັ້ນທ່ຽງ ເຊີ່ງເປັນໝາກຜົນຂອງການຈັດຕັ້ງປະຕິບັດ ມະຕິອົງຄະນະພັກເມືອງຄຳເກີດພວກເຮົາ ໄດ້ເລີ່ມປະກົດຜົນເປັນຈິງ ນຳພາປະຊາຊົນກ້າວຂື້ນສູ່ຄວາມສິວິໄລເທື່ອລະກ້າວ.
Sources:  ..........

No comments:

Post a Comment