Tuesday, February 4, 2020

ເມືອງຄຳເກີດ ໄຂກອງປະຊູມ

ກອງປະຊຸມໃຫຍ່ອົງຄະນະພັກເມືອງຄຳເກີດ ຄັ້ງທີ IX ເປີດຂື້ນຢ່າງເປັນທາງການ
                                          -------000xx0000-------
ກອງປະຊຸມໃຫຍ່ອົງຄະນະພັກເມືອງຄຳເກີດຄັ້ງທີ IX ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 4 ກຸມພານີ້ ຢູ່ຫ້ອງປະຊຸມອາຄານແກ້ວໄມ ມະນີໂຊກໄຊ ຊື່ງເປັນເມືອງທີ່ສອງຂອງແຂວງບໍລິຄຳໄຊ ຊື່ງທັດຈາກເມືອງປາກຊັນ ພາຍໃຕ້ການເປັນປະທານ ແລະ ກ່າວເປີດຂອງ ສະຫາຍ ເພັດສະໄໝ ໄຊຍະທິຈັກ ວ່າການເລຂາພັກເມືອງຄຳເກີດ ແລະ ເປັນກຽດເຂົ້າຮ່ວມຂອງສະຫາຍ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ. ກອງປະຊຸມຄັ້ງນີ້ມີຜູ້ແທນເຂົ້າຮ່ວມທັງໝົດເກືອບ 200 ກວ່າສະຫາຍ, ໃນນັ້ນ ມີຜູ້ແທນສົມບູນ 131 ສະຫາຍ, ຍິງ 15 ສະຫາຍ, ເຊິງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງ 2.000 ກ່ວາສະຫາຍ ທີ່ມາຈາກແຕ່ລະຂົງເຂດວຽກງານ ແລະ ຮາກຖານທົ່ວເມືອງ.
ໃນພິທີໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງ 2 ພາກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ເຊິງສະເໜີໂດຍ ສະຫາຍວ່າການເລຂາພັກເມືອງ, ທັງນີ້ກໍເພື່ອເປັນການຕີລາຄາຄືນ ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ 5 ປີຜ່ານມາ ແລະ ພ້ອມກັນພິຈາລະນາກຳນົດທິດທາງແຜນການ 5 ປີຕໍ່ໜ້າ. ຕະຫຼອດໄລຍະ 5 ປີຜ່ານມາ ຄະນະບໍລິຫານງານພັກເມືອງພ້ອມກັບປະຊາຊົນບັນດາເຜົ່າໃນທົ່ວເມືອງ ໄດ້ຕັ້ງໜ້າເສີມຂະຫຍາຍມູນເຊື້ອ ແຫ່ງຄວາມສາມັກຄີອັນເປັນປຶກແຜນ ບຸກໜ້າບືນຕົວກ້າວຂື້ນ ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ອັນພົ້ນເດັ່ນ ແມ່ນໄດ້ສືບຕໍ່ຫັນລົງກໍ່ສ້າງຮາກຖານ ພັດທະນາຊົນນະບົດຮອບດ້ານ ຢ່າງເປັນຂະບວນການຕໍ່ເນື່ອງ. ກອງປະຊຸມຄັ້ງນີ້ຍັງໄດ້ສັງເກດຕີລາຄາຄືນ ຜົນສຳເລັດແຫ່ງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງອົງຄະນະພັກເມືອງໃນໄລຍະ 5 ປີຜ່ານມາ ແລະ ຮັບຮອງເອົາມະຕິກອງປະຊຸມ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ, ພ້ອມນັ້ນຍັງຈະໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໜ່ ເຊິ່ງມີຜູ້ສະໝັກທັງໝົດ 29 ສະຫາຍ ເລືອກເອົາ 25 ສະຫາຍ ແລະ ກອງປະຊຸມຈະໄດ້ດໍາເນີນໄປເປັນເວລາ 2 ວັນຈື່ງສໍາເລັດ.ຂ່າວ ແຂວງບໍລິຄຳໄຊ ລາຍງານ ( ໜັງສືພີມ)

                        ກອງປະຊຸມຄັ້ງທີ 9 ຂອງເມືອງຄຳເກີດ
                      ເຍົາວະຊົນລາວ ມອບຊໍ່ດອກໄມ້ການນຳ
                        ນັກຮົບສື່ສານ ຂອງເມືອງຄຳເກີດ
                  ສະມາຊີກພັກຂອງເມືອງຄຳເກີດ ບໍລິຄຳໄຊ

No comments:

Post a Comment