Saturday, February 1, 2020

ປກສ ແຂວງບໍລິຄໍາໄຊ ມອບໂຟນີ່ 12 ເຄື່ອງ ມູນຄ່າ 4.620.000 ກີບ ໃຫ້ຕໍາຫຼວດ ແລະ ທະຫານຊາຍແດນ 06 ດ່ານ

 ຕອນບ່າຍ ວັນທີ 27 ມັງກອນ 2020 ນີ້, ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ມອບ ໂຟນີ່ ຈໍານວນ 06 ຊຸດ, ມີ 12 ເຄື່ອງ  ລວມມູນຄ່າ 4.620.000 ກີບ ໃຫ້ເຈົ້າໜ້າທີ່ຕໍາຫຼວດ ແລະ ທະຫານຊາຍແດນ ທີ່ປະຈໍາຢູ່ດ່ານປະເພນີ 05 ດ່ານ ແລະ ດ່ານສາກົນ 01 ດ່ານ,  ກ່າວມອບໂດຍ ທ່ານ ພັນໂທ ຜາຂົງ ດອກມະນີຈັນ ຄະນະປະຈໍາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ກ່າວ ຮັບໂດຍ ທ່ານ ພັນໂທ ຄໍາແພນ ວີລືທໍາ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ ບໍລິຄໍາໄຊ, ມີຄະນະພັກ-ຄະນະຫ້ອງ, ຄະນະພະແນກ, ພະນັກງານພາກສ່ວນທີ່ກ່ຽວຂ້ອງ ທັງ 02 ຝ່າຍ ເຂົ້າຮ່ວມ.
         ທ່ານ ພັນໂທ ຜາຂົງ ດອກມະນີຈັນ ໄດ້ກ່າວວ່າ: ໂດຍປະຕິບັດຕາມຜົນສໍາເລັດ ແລະ ຄວາມເປັນເອກະພາບກັນ ຂອງກອງປະຊຸມແລກປ່ຽນສະພາບ ລະຫວ່າງ ພະແນກຕໍາຫຼວດກວດຄົນເຂົ້າ - ອອກເມືອງ ຫ້ອງສັນຕິບານ ປກສ ແຂວງ ກັບ      ພະແນກທະຫານຊາຍແດນ ຫ້ອງເສນາທິການ ກອງບັນຊາການທະຫານແຂວງ, ອິິງໃສ່ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານວິຊາສະເພາະໃນປະຈຸບັນ ກໍ່ຄືສະເພາະໜ້າ ແລະ ຍາວນານ, ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຈື່ງໄດ້ຂື້ນແຜນ ເພື່ອຂໍງົບປະມານ ໃນການຊື້ອຸປະກອນຮັບໃຊ້ວຽກງານສື່ສານ ( ໂຟນີ່ ) ນໍາດ່ານສາກົນນໍ້າພາວ ແຂວງບໍລິຄໍາໄຊ ເພື່ອມາມອບໃຫ້ເຈົ້າໜ້າທີ່ຕໍາຫຼວດ ແລະ ທະຫານຊາຍແດນ ທີ່ປະຈໍາຢູ່ 05 ດ່ານປະເພນີ ແລະ ດ່ານສາກົນ 01 ດ່ານ,  ນໍາໃຊ້ເຂົ້າໃນວຽກງານວິຊາສະເພາະ ເພື່ອອໍານວຍຄວາມສະດວກໃຫ້ແກ່ການປະສານງານ, ສົມທົບ, ແລກປ່ຽນ ແລະ ລາຍງານສະພາບເຫດການຕ່າງໆ ໃຫ້ວ່ອງໄວ ເພື່ອພ້ອມກັນຊອກຫາວິທີຕ້ານ, ສະກັດກັ້ນ ແລະ ແກ້ໄຂ ບັນດາປະກົດການຕ່າງໆທີ່ເກີດຂື້ນ ໃຫ້ໄດ້ຮັບການແກ້ໄຂທັນກັບສະພາບການ  ແນ່ໃສ່ເຮັດໃຫ້  ສອງກໍາລັງໄດ້ມີການປະສານສົມທົບຮ່ວມມືກັນຮອບດ້ານກ່ຽວກັບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ແຂວງບໍລິຄໍາໄຊ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ອໍານວຍຄວາມສະດວກໃຫ້ພໍ່ແມ່ປະຊາຊົນ ໄດ້ດໍາລົງຊີວິດທໍາມາຫາກີນ ເພື່ອສ້າງສາພັດທານາຄອບຄົວ ກໍ່ຄືປະເທດຊາດ ໃຫ້ໄດ້ຮັບການພັດທະນາດີຂື້ນເປັນກ້າວໆ.
            ໂອກາດດຽວກັນ ທ່ານ ພັນໂທ ຄໍາແພນ ວີລືທໍາ ໄດ້ກ່າວສະແດງຄໍາຂອບໃຈ ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ  ຕະຫຼອດຮອດຄະນະດ່ານສາກົນນໍ້າພາວ ທີ່ໄດ້ຊ່ວຍງົບປະມານໃນການຊື້ອຸປະກອນຮັບໃຊ້ວຽກງານວິຊາສະເພາະ  ມາມອບໃຫ້ໃນຄັ້ງນີ້ ແລະ ສັນຍາວ່າຈະປົກປັກຮັກສາ, ນໍາໃຊ້ອຸປະກອນດັ່ງກ່າວ ເຂົ້າໃນວຽກງານວິຊາສະເພາະໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິຜົນສູງ, ພ້ອມທັງກ່າວອວຍພອນໄຊໃຫ້ທ່ານ ພັນໂທ ຜາຂົງ ດອກມະນີຈັນ ພ້ອມດ້ວຍຄະນະ, ຕະຫຼອດຮອດພະນັກງານ-ນັກຮົບ ທຸກສະຫາຍ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ແລະ ຫວັງຢ່າງຍີ່ງວ່າໂອກາດໜ້າຈະໄດ້ຮັບການອຸປະຖໍາຈາກບັນດາທ່ານ ແລະ ຂະແໜງການອຶ່ນໆຕື່ມອີກຕາມຄວາມເໝາະສົມ.

No comments:

Post a Comment