Saturday, February 1, 2020

ດ່ານ ຕມ ສາກົນນ້ຳພ້າວ ມອບອຸປະກອນສື່ໃຫ້ປກສ ແຂວງ

ດ່ານສາກົນນໍ້າພາວ ຊຸກຍູ້ອຸປະກອນວຽກງານສື່ ໃຫ້ຫ້ອງການເມືອງ ປກສ ແຂວງ ມູນຄ່າ 46 ລ້ານກ່ວາກີບ

ຕອນເຊົ້າ  ວັນທີ 22 ມັງກອນ 2020 ນີ້, ທ່ານ ພັນໂທ  ສົມບູນ ວົງນະລາດ  ຮອງຫົວໜ້າດ່ານ ຕມ ສາກົນນໍ້າພາວ       ໄດ້ຕາງໜ້າໃຫ້ ຄະນະດ່ານສາກົນນໍ້າພາວ ເມືອງຄໍາເກີດ  ແຂວງບໍລິຄໍາໄຊ  ໄດ້ນໍາເອົາກ້ອງຖ່າຍວີດີໂອ ແລະ  ຄອມພິວເຕີ ພ້ອມອຸປະກອນ 01 ຊຸດ ລວມມູນຄ່າ 46.649.000 ກີບ ມາມອບໃຫ້  ຫ້ອງການເມືອງ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ,  ກ່າວຮັບໂດຍທ່ານ  ພັນໂທ  ອວດ  ວົງໄຊ ຫົວໜ້າຫ້ອງການເມືອງ  ປກສ ແຂວງ,  ເປັນກຽດເຂົ້າຮ່ວມຂອງ  ທ່ານ ພັນໂທ ຜາຂົງ ດອກມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະຫ້ອງ, ຄະນະພະແນກ, ພະນັກງານ-ນັກຮົບ ເຂົ້າຮ່ວມ.
       ທ່ານ ພັນໂທ  ສົມບູນ ວົງນະລາດ  ໄດ້ກ່າວວ່າ:  ຍ້ອນເຫັນໄດ້ເຖິງຄວາມຂາດເຂີນ ແລະ ບໍ່ພຽງພໍທາງດ້ານອຸປະກອນ ວຽກງານສື່ມວນຊົນຂອງກໍາລັງປ້ອງກັນຄວາມສະຫງົບແຂວງ ຈຶ່ງໄດ້ນໍາເອົາກ້ອງຖ່າຍພາບວີດີໂອ ແລະ ຄອມພິວເຕີ ພ້ອມດ້ວຍອຸປະກອນ ມາມອບໃຫ້ພະແນກໂຄສະນາອົບຮົມ-ຂ່າວສານ ຫ້ອງການເມືອງ ປກສ ແຂວງ  ເພື່ອຮັບໃຊ້ເຂົ້າໃນວຽກງານວິຊາສະເພາະ ໃນການເກັບກໍາຖ່າຍພາບວີດີໂອ, ຕັດຕໍ່ຂ່າວ ຜົນງານການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງນາຍ ແລະ ພົນຕໍາຫຼວດ ກໍ່ຄືຜົນງານການເຄື່ອນໄຫວວຽກງານຕ່າງໆຂອງບັນດາພະແນກການ, ກົມກອງ, ທັງເປັນການປັບປຸງຄຸນນະພາບທາງດ້ານວຽກງານສື່ມວນຊົນຂອງກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ໃຫ້ທັນສະໄໝ ທຽບເທົ່າກັບບັນດາສື່ມວນຊົນອື່ນ.
      ໂອກາດດຽວກັນ ທ່ານ ພັນໂທ ອວດ ວົງໄຊ  ກໍ່ໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງບໍລິຄໍາໄຊ ມອບໃບຍ້ອງຍໍທ່ານເຈົ້າແຂວງບໍລິຄໍາໄຊ ແລະ ກ່າວສະແດງຄໍາຂອບໃຈ ຄະນະດ່ານສາກົນນໍ້າພາວ ແລະ ພະນັກງານທຸກທ່ານ ທີ່ໄດ້ນໍາເອົາອຸປະກອນຈໍານວນດັ່ງກ່າວມາມອບໃຫ້ໃນຄັ້ງນີ້ ແລະ ສັນຍາວ່າຈະປົກປັກຮັກສາ ແລະ ນໍາໃຊ້ອຸປະກອນດັ່ງກ່າວ ເຂົ້າໃນວຽກງານວິຊາສະເພາະສື່ມວນຊົນຂອງກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ໃຫ້ມີການພັດທະນາດີຂຶ້ນ, ພ້ອມທັງກ່າວອວຍພອນໄຊໃຫ້ທ່ານ ກໍ່ຄືຄະນະດ່ານສາກົນນໍ້າພາວ ແລະ ພະນັກງານທຸກທ່ານ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ແລະ ຫວັງຢ່າງຍີ່ງວ່າໂອກາດໜ້າຈະໄດ້ຮັບການອຸປະຖໍາຈາກທ່ານ ຕື່ມອີກ.

No comments:

Post a Comment