Saturday, February 1, 2020

ກອງທືນໜຶ່ງດວງໃຈ ບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ສະຫລຸບງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຄສ                              2019 - ຕ້ອນຮັບປີໃໝ່ ຄສ 2020 (ພສ 2563)

ກອງປະຊຸມສະຫຼຸບວຽກງານສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ 2020 ຂອງກອງທຶນໜຶ່ງດວງໃຈບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ໄດ້ຈັດຂຶ້ນ ໃນຕ້ອນເຊົ້າຂອງວັນທີ 29 ມັງກອນ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມຂອງທ່ານນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈບໍລິຄຳໄຊ ຊ່ວຍເຫຼືອສັງຄົມ, ມີຮອງປະທານກອງທຶນ, ພະແນກການກ່ຽວຂ້ອງ ແລະ ສະມາຊິກກອງທຶນ ເຂົ້າຮ່ວມ.
   ເພື່ອເປັນການເປີດໂອກາດໃຫ້ແຕ່ລະພາກສ່ວນໃນສັງຄົມ ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ  ເພື່ອນຳໄປຊ່ວຍກໍ່ສ້າງ, ສ້ອມແປງໂຮງຮຽນ, ໂຮງໝໍ ຕະຫຼອດຮອດຜູ້ທຸກຍາກອານາຖາ ແລະ ຜູ້ດ້ອຍໂອກາດພາຍໃນແຂວງບໍລິຄຳໄຊ ໃນງານສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຄສ 2019 ແລະ ຕ້ອນຮັບປີໃໝ່ ຄສ 2020 ທີ່ໄດ້ຈັດຂຶ້ນໃນຄໍ່າຄືນວັນທີ 31 ທັນວາ 2019 ຢູ່ອານຸສາວະລີທ່ານ ສີສົມພອນ ລໍວັນໄຊ ໂດຍມີການນໍາພັກ - ລັດ ບັນດາພະນັກງານ ຜູ້ປະກອບການຕ່າງໆ ເຂົ້າຮ່ວມຫຼາຍພໍສົມຄວນ,  ກອງທຶນໜຶ່ງດວງໃຈ ບໍລິຄຳໄຊຊ່ວຍເຫຼືອສັງຄົມ ເຊິ່ງເປັນເຈົ້າພາບຫລັກໃນການຈັດງານ ໄດ້ຮັບເງິນກຳໄລຈາກການຂາຍເຄື່ອງພາຍໃນງານ 53.133.000 ກີບ, ຮັບບໍລິຈາກ 62.550.000 ກີບ ແລະ ຮັບຈາກການປະມູນເຫຼົ້າຂອງການນຳແຂວງ 149.900.000 ກີບ ລວມທັງໝົດ 265.583.000 ກີບ.
   ເງິນທີ່ໄດ້ຮັບທັງໝົດນີ້ ຈະໄດ້ໃຊ້ເຂົ້າໃນການຊຸກຍູ້ ຊ່ວຍເຫລືອສັງຄົມ ຕາມຄວາມເໝາະສົມ ເຊັ່ນ: ຊ່ວຍໃນການປຸກສ້າງ - ສ້ອມແປງ ບັນດາໂຮງຮຽນ ບ່ອນທີ່ເຫັນວ່າມີຄວາມຈຳເປັນ, ຊ່ວຍອຸປະກອນການແພດ - ການສຶກສາ, ຊ່ວຍເຫລືອຄອບຄົວອານາຖາ ແລະ ຜູ້ດ້ອຍໂອກາດ ເພື່ອເປັນອີກແຮງໜຶ່ງ ໃນການຊ່ວຍເຫລືອໃຫ້ເຂົາເຈົ້າ ໄດ້ມີຊີວິດທີ່ດີຂຶ້ນກວ່າເກົ່າຢ່າງບໍ່ຢຸດຍັ້ງຕາມຂະບວນວິວັດຂອງສັງຄົມ ໃນທຸກດ້ານ ຂອງການສ້າງສາພັດທະນາ.

No comments:

Post a Comment