Saturday, February 1, 2020

ໂຮງໝໍເມືອງວຽງທອງໄດ້ຮັບການຊ່ວຍເຫລືອ

(ສາທາວຽງທອງ ໄດ້ຮັບເຄື່ອງອຸປະກອນການແພດ ມູນຄ່າເກືອບ 7 ຮ້ອຍລ້ານກີບ)

 ຕອນບ່າຍຂອງວັນທີ 28 ມັງກອນ 2020 ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສະທາລະນະສຸກ ໄດ້ລົງມາພົບປະຢ້ຽມຢາມ ແລະ ມອບເຄື່ອງອຸປະກອນການແພດໃຫ້ຫ້ອງການສາທາລະສຸກເມືອງວຽງທອງ ແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງ ບໍລິຄໍາໄຊ, ມີທ່ານ ເຈົ້າເມືອງວຽງທອງ, ຫົວໜ້າກົມ, ຫົວໜ້າພະແນກສາທາລະນະສຸກແຂວງ ແລະ ພະນັກງານພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ດຣ ບຸນລັບ ວົງເສນາ ຫົວໜ້າຫ້ອງການສາທາລະນະສຸກເມືອງວຽງທອງ ໄດ້ລາຍງານສະພາບລວມຂອງຫ້ອງການສາທາລະນະສຸກ ວ່າ: ທົ່ວເມືອງມີພະນັກງານທັງໝົດ 86 ສະຫາຍ, ຈົບລະດັບປະລິນຍາໂທ 3 ສະຫາຍ, ຊ່ຽວຊານ 2 ສະຫາຍ, ປະລິນຍາຕີ 14 ສະຫາຍ, ຊັ້ນສູງ 22 ສະຫາຍ, ຊັ້ນຕົ້ນ 4 ສະຫາຍ, ສະເລ່ຍພະນັກງານສາທາລະນະສຸກທັງໝົດຕໍ່ປະຊາກອນ 2,46 ຕໍ່ 1000 ປະຊາກອນ, ທຽບໃສ່ພະນັກງານແພດເຮັດວຽກບໍລິການປະມານ 1,8 ຕໍ່ 1000 ປະຊາກອນ.
    ຍ້ອນເຫັນໄດ້ຄວາມສຳຄັນ ແລະ ຈຳເປັນທາງດ້ານວຽກງານສາທາລະນະສຸກ ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສະທາລະນະສຸກ ຈຶ່ງໄດ້ນຳເຄື່ອງອຸປະກອນການແພດທີ່ຈຳເປັນຈຳນວນໜຶ່ງ ມາມອບໃຫ້ຫ້ອງການສາທາລະນະສຸກເມືອງວຽງທອງ ເພື່ອໃຊ້ເຂົ້າໃນວຽກງານການແພດ, ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີ ຕຽງນອນເກີດລູກ, ຊຸດອຸປະກອນເກີດລູກ, ເຕົ້າອົບເດັກ, ໂຕະອຸ່ນເດັກ, ເຄື່ອງຟັງຫົວໃຈເດັກຢູ່ທ້ອງ, ໝໍ້ອົບອະເຊື້ອ, ຕຽງນອນຄົນເຈັບ, ເຄື່ອງຕິດຕາມການປັ່ນທ້ອງແມ່ມານ ແລະ ຊຸດອຸປະກອນຊ່ວຍເກີດລູກ ຄິດເປັນມູນຄ່າທັງໝົດ 684.520,000 ກີບ.

No comments:

Post a Comment